Clausena excavata Burm.f. - RUTACEAE

ຊ່ືພ້ອງ : Clausena javensis DC.
Lawsonia falcata Lour.

ຊ່ືພື້ນເມືອງເປັນພາສາລາວ : ສະມັດ Samat

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໃບປະສົມປາຍຄີກ, ຈັບພາບ, ໃບຍ່ອຍຈັບພາບ, ມີຕ່ອມເປັນ ເມັດໃສໆ. ດອກມີສອງເພດ. ໝາກເປັນໝາກເນື້ອ, ສີຂາວ ຫາສີບົວ.
ປະເພດພືດ : ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນ ຂະໜາດນ້ອຍ ຂຽວຕະຫລອດປີ, ສູງ ເຖິງ 7 ແມດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່ ຫຼື ບາງຄັ້ງກໍແຕກງ່າຢູ່ລຸ່ມຕົ້ນ, ເປືອກມີສີຂີ້ເຖົ່າແກມສີອອກຂຽວ, ລຳຕົ້ນ ລຳຕົ້ນກ້ຽງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ມີຂົນລະອຽດຢ່າງດົກໜາ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບປະສົມ, ຈັບສະລັບ ແລະ ຈັບກ້ຽວວຽນ, ມີຂົນລຽບງາມ, ແມ່ນໃບປະສົມ ແບບຂົນນົກປາຍຄີກ, ມີຕ່ອມເປັນ ເມັດໃສໆ; ໃບຍ່ອຍ 8-15 ຄູ່, ຈັບສະຫຼັບ, ບິ້ງໃບຮູບໄຂ່ ຫຼື ຮູບປາຍຫອກ, ປາຍສ້ວຍແຫຼມ, ໂຄນບ້ຽວ, ຂອບໃບ ເປັນແຂ້ວເລ່ືອຍ. ກ່າງກາງເປັນເສັ້ນດ່ຽວ, ກ່າງຂັ້ນສອງຈັບສະຫລຽງມຸມເຫວີ ໃຫ້ກ່າງກາງ, ກ່າງຂັ້ນສາມບໍ່ເຫັນແຈ້ງ.
ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກມີຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ປາຍສຸດ ຫຼື ຢູ່ງ່າມໃບເທິງ, ດອກມີສອງເພດ, ກ້ານດອກຍ່ອຍຍາວເຖິງ 3 ມມ.
ໝາກ : ໝາກມີເນື້ອ ສີຂາວຫາສີບົວ, ເສັ້ນຜ່າກາງຍາວເຖິງ 2 ຊມ, ມີຈຸດຕ່ອມ.
ແກ່ນ : ມີແກ່ນ 1 ຫຼື 2 ແກ່ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົວ່ໄປ ໃນປ່າດົງດິບ ແລະ ປ່າປ່ຽນໃບ.

ເຂດແຜ່ກະຈາຍພັນ :

ເກີດຢູ່ ປະເທດ ບັງກະລາເທດ, ມ່ຽນມ້າ, ອິນເດັຍ (ພາກຕາເວັນ ອອກສ່ຽງເໜືອ), ອິນໂດຈີນ, ມາເລເຊັຍ, ເນປານ, ໄທ ແລະ ລາວ (ແຂວງ ບໍລິຄຳໄຊ, ຈຳປາສັກ, ຄຳມ່ວນ, ຫຼວງພະບາງ ແລະ ວຽງຈັນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ຮາກນຳມາຕົ້ມເອົານ້ຳ ໃຊ້ເປັນຢາແກ້ໄຂ້ ແລະ ແກ້ເຈັບທ້ອງ. ໃຊ້ໃບຄັ້ນເອົານ້ຳ ແລ້ວປົນໃສ່ໃນນ້ຳອາບ ຈະຊ່ວຍຜ່ອນຄາຍກ້າມເນື້ອ.

ຕົວຢ່າງທີ່ໄດ້ສຶກສາ :
BT 196, BT 387, BT 745, BT 788, BT 1001, BT 1020, LAO 49, LAO 50 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page