Choerospondias axillaris (Roxb.) B.L.Burtt & A.W.Hill - ANACARDIACEAE

ຊ່ືພື້ນຖານ : Spondias axillaris Roxb.

ຊ່ືພ້ອງ : Pourpartia axillaris (Roxb.) King & Prain.

ຊ່ືພື້ນເມືອງເປັນພາສາລາວ : ໝື້ Mu

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ເປືອກມີຮອຍແຕກ. ທາດແຫຼວ ລະບາຍອອກເປັນສີດຳ. ໃບປະສົມ, ຂຸມແມງ ມີຂົນ, ແຄມໃບເປັນແຂ້ວເລ່ືອຍ. ດອກມີເພດດ່ຽວ, ມີຫຼາຍເພດ ຫຼື ຢູ່ຕ່າງຕົ້ນ, ດອກອອກສີແດງຊ້ຳ. ໝາກແມ່ນໝາກເນື້ອມີແກນ. ເມັດ ປະມານ 5.
ປະເພດພືດ : ເປັນໄມ້ຢືນຕົ້ນຜັດປ່ຽນໃບ, ສູງເຖິງ 30 ແມດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີ ຂີ່ເຖົ່າແກ່ ຫຼື ສີນ້ຳຕານແກມສີແດງ, ມີຣອຍແຕກ
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວລະບາຍອອກ ມີສີດຳ.
ໃບ : ໃບປະກອບ, ຈັບສະລັບ ແລະ ຈັບກ້ຽວວຽນ, ໃບກ້ຽງບໍ່ມີຂົນ, ແມ່ນໃບປະສົມ ແບບຂົນນົກ ປາຍຄີກ, ບິ້ງໃບຈັບພາບ, ເປັນຮູບໄຂ່ແຄບ ຫຼື ຮູບຫອກ, ແຄມໃບ ເປັນແຂ້ວເລ່ືອຍ ຫຼື ບໍ່, ຂຸມແມງມີຂົນ. ກ່າງກາງຮາບພຽງ ຢູ່ດ້ານເທິງ ຂອງໃບ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມ ຈັດເປັນຕາໜ່າງ.
ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກ ຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກ ທີ່ປາຍສຸດ ຫຼື ອອກຕາມງ່າມໃບເທິງ, ດອກມີເພດດຽວ (ໃນຕົ້ນດຽວກັນ), ດອກມີສອງເພດ, ກ້ານດອກຍ່ອຍຍາວເຖິງ 3 ມມ.
ໝາກ : ໝາກມີເສັ້ນຜ່າກາງເຖິງ 3 ຊມ, ຢູ່ປາຍສຸດວ້ຳເຂົ້າ ຢູ່ 5 ບ່ອນ, ພ້ອມມີແກ່ນແຂງ 1 ແກ່ນຊ່ຶງມີຮູ 5 ຮູຢູ່ດ້ານເທິງ.
ແກ່ນ : ແກ່ນມີປະມານ 5 ແກ່ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຂ້ອນຂ້າງທົ່ວໄປ ຢູ່ໃນປ່າດົງດິບຢູ່ທີ່ສູງ.

ເຂດແຜ່ກະຈາຍພັນ :

ເກີດຢູ່ ປະເທດຈີນ, ອິນເດັຍ, ຍີ່ປຸ່ນ, ເນປານ, ໄທ, ຫວຽດນາມ ແລະ ລາວ (ແຂວງຫົວພັນ, ຄຳມ່ວນ ແລະ ຊຽງຂວາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ ຍັງບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 515, BT 896, LAO 163 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page