English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນຂຽວຕະຫລອດປີ, ເປືອກມີຮອຍແຕກຫາ ເປືອກ ແຕກ ເຫີບ. ໃບປະສົມປາຍຄູ່, ຈັບສະຫຼັບ. ກ້ານກາງໄຄ່ໂພງ ທີ່ໂຄນ, ບິ້ງໃບ 5-10 ຄູ່. ຊໍ່ດອກຍາວ ອອກທາງ ຂ້າງ, ຢ່ອນລົງ, ດອກສີຂາວແກມສີອອກຄີມ. ໝາກແມ່ນໝາກ ແຫ້ງໄຂໄດ້ ແບບແຄບຊູນ, ມີນວນຫຸ້ມ. |
ປະເພດພືດ : | ເປັນໄມ້ຢືນຕົ້ນ ໃບຂຽວຕະລອດປີ ສູງເຖິງ 5 ແມັດ, ເສັນຜ່າກາງຂອງລຳຕົ້ນ ປະມານ 10 ຊັງຕີແມັດ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນລຽບ, ແຕກເຫີບລະອຽດ ແລະ ມີຊ່ອງອາກາດ, ມີສີອອກຂີ້ເຖ່ົາ ເປືອກນອກຫນາປະມານ 1 ຊມ. ເປືອກໃນປະມານ 0,5 ຊມ., ອ່ອນ, ມີສີນ້ຳຕານຈືດຫາສີຄີມ; ມອກໄມ້ສີຂາວ ແກມສີຄີມ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າມີຂົນປົກຄຸມ ຕໍ່ມາກ້ຽງ ບໍ່ມີຂົນ ເວລາແກ່. |
ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ |
ໃບ : | ໃບປະສົມແບບຂົນນົກປາຍຄູ່, ຈັບສະຫລັບ, ກ້ານກາງຂອງໃບຍາວປະມານ 50 ຊມ. ກ້ານໃບຍ່ອຍ ຍາວປະມານ 20 ຊມ., ໃບຍ່ອຍຈັບພາບກັນ, ມີຈຳນວນ 5-10 ຄູ່, ໃບຮູບຂອບຂະໜານແກມຮູບຮີ ຂະຫນາດ 6-18 x 3-6 ຊມ. ແຜ່ນໃບ ບໍ່ສະເໝີກັນ, ກ້ຽງ ບໍ່ມີຂົນຢູ່ທັງສອງດ້ານ, ແຕ່ ເມ່ືອຍັງອ່ອນປົກຄຸມດ້ວຍຂົນ ເລັກນ້ອຍ, ປາຍໃບສ້ວຍແຫລມເປັນຕ່ິງ ຫາສ້ວຍແຫລມ, ປາຍຄ້າຍໃບຜັກກູດ; ກົກໃບບ້ຽວ, ມົນ, ຂອບໃບລຽບ; ບໍ່ມີຂົນ ຫຼື ມີເລັກນ້ອຍເວລາຍັງອ່ອນ. ກ່າງໃບ ເຫັນແຈ້ງຢູ່ດ້ານລຸ່ມ, ຂັ້ນສອງ ປະມານ 7-10 ຄູ່, ສະຫຼຽງໃຫ້ກ່າງກາງ, ຂະ ຫນານກັນຫ່າງໆ, ກ່າງຂັ້ນສາມສະຫຼຽງ. ກ້ານໃບຍ່ອຍໄຄ່ຟອງ, ຍາວປະມານ 3 ມມ. ບໍ່ມີຫູໃບ. |
ຊໍ່ດອກ / ດອກ : | ຊໍ່ດອກສັ້ນກວ່າໃບ, ຍາວຫຼຸດ 30 ຊມ, ອອກຢູ່ຂ້າງກິ່ງ, ແມ່ນຊໍ່ ແຕກແຫນງ. ດອກມີຮ່ວມເພດ, ມີຫຼອດດອກເປັນຮູບທໍ່, ສີຂາວ. ກ້ານດອກສັ້ນກວ່າ 0.5 ຊມ. |
ໝາກ : | ໝາກແມ່ນໝາກແຫ້ງໄຂເອງໄດ້ເປັນ 2 ຫາ 4 ຫ້ອງ, ເປືອກໜາ, ຮູບກົມ, ເສັ້ນຜ່າກາງປະມານ 5 ຊມ, ຍັງອ່ອນມີສີນ້ຳຕານແກມສີອອກຂຽວ, ເມື່ອແກ່ ອອກສີແດງ. |
ແກ່ນ : | ເມັດມີສີດຳເຫຼື້ອມ, ມີນວນສີສົ້ມປົກຫຸ້ມ. |