Castanopsis indica (Roxb.) A.DC. - FAGACEAE

ຊ່ືພ້ອງ : Quercus indicaDrake del Castillo
Castanea indica Roxb.

ຊ່ືພື້ນເມືອງເປັນພາສາລາວ : ກໍ່ໜາມຍາວ (ko naam njao), ກໍ່ສົ້ມ(ko som)

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ແຄມໃບ ເປັນແຂ້ວເລ່ືອຍຢ່າງຈະແຈ້ງ ແລະ ແຂ້ວເລ່ືອຍແຫຼມ ຍົກເວັ້ນຢູ່ສ່ວນລຸ່ມ. ໝາກ ອອກເປັນຈຸ້ມກັນແໜ້ນໜາ ແລະ ຫຸ້ມດ້ວຍໜາມຍາວ ແລະ ຊ່ື, ໜາມສັ້ນ ແລະ ຍາວຕ່າງກັນ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບຂຽວຕະຫຼອດປີ, ສູງເຖິງ 20 ແມັດ. ງ່າຕັ້ງຊັນຂຶ້ນ, ໜໍ່ໃໝ່ມີຂົນສີສົ້ມ ແກມສີນ້ຳຕານໃໝ້ຫຸ້ມຢ່າງດົກໜາ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊ່ື. ເປືອກຂອງຕົ້ນອອກສີນ້ຳຕານໃໝ້ ຫຼື ສີໝົ່ນໝອກ, ມີຮອຍແຕກ ພໍປານກາງ, ເປືອກໄມ້ຊັ້ນໃນເປັນເສັ້ນ, ອອກສີສົ້ມຈືດໆ ຄ່ອຍມີສີຊ້ຳ ເຂົ້າພາຍຫຼັງມາ.
ງ່າ ແລະ ກິ່ງນ້ອຍ : ງ່າ ແລະ ກິ່ງນ້ອຍ ເປັນທໍ່ກົມ ແລະ ມີຂົນບົ່ວທົ່ວໆ ເວລາຍັງອ່ອນ, ງ່າກ້ຽງ ບໍ່ມີຂົນ ພາຍຫຼັງມາ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວທີ່ລະບາຍອອກ.
ໃບ : ໃບດ່ຽວ ຈັບສະລັບ, ຂະໜາດ 11 -15 X 3.5 – 7 ຊມ, ໃບຮູບ ສ້ວຍແກມ ຮູບຂອບຂະໜານ, ປາຍໃບແຫຼມ, ໂຄນໃບປູ້ເລັກນ້ອຍ, ແຄມໃບເປັນແຂ້ວ ເລ່ືອຍແຫຼມ ຍົກເວັ້ນຢູ່ໂຄນ, ໃບກ້ຽງ ບໍ່ມີຂົນ ແລະ ເຫຼື້ອມຢູ່ດ້ານເທິງ, ດ້ານລຸ່ມ ມີຂົນນ້ອຍໆ ສີຄີມອອກສົ້ມດົກໜາ. ກ່າງກາງ ເປັນເສັ້ນດ່ຽວ, ຮາບພຽງ ຢູ່ດ້ານເທິງ, ກ່າງຂັ້ນສອງ ສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມ ສະຫຼຽງ. ມີຫູໃບ ແຕ່ລົ່ນໄວ.
ຊໍ່ດອກ / ດອກ : ດອກ ມີເພດແຍກ ຈັບຢູ່ພາຍໃນຕົ້ນດຽວ.
ໝາກ : ໝາກ ມີຂະໜາດ ລວງຍາວ 2.5 - 4 ຊມ, ສີນ້ຳຕານແ ກມສີສົ້ມ, ອອກເປັນຈຸ້ມແໜ້ນໜາ ແລະ ຫຸ້ມດ້ວຍໜາມ ແຫຼມ ຢ່າງດົກໜາ, ໝາກແຕກ ອອກເອງໄດ້ເວລາແກ່.
ແກ່ນ : ມີ ແກ່ນ 3 ຫາ 4 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ສາມາດພົບໃນປ່າ ຫຼາກຫຼາຍປະເພດ ດັ່ງປ່າດົງດິບ, ປ່າປະສົມປ່ຽນໃບຊຸ່ມ, ປ່າເທິງພູເຂດຕ່ຳ. ລະດູອອກດອກ ແມ່ນແຕ່ເດືອນເມສາ ຫາເດືອນພຶດສະພາ; ໝາກອອກເດືອນ ຕຸລາຫາເດືອນ ທັນວາ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ມ່ຽນມ້າ, ຈີນ, ອິນເດັຍ, ເນປານ (ແມ່ແບບ), ໄທ( ພາກເໜືອ, ຕາວັນອອກສ່ຽງເໜືອ ແລະ ພາກຕາວັນອອກ ), ຫວຽດນາມ, ແລະ ລາວ (ແຂວງຄຳມ່ວນ, ແຂວງອື່ນຢູ່ທາງພາກເໜືອ ດັ່ງ ແຂວງຫຼວງພະບາງ, ຊຽງຂວາງ ແລະ ຫົວພັນ,…).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຮັດຟືນ ແລະ ໝາກກິນໄດ້.

ຕົວຢ່າງທີ່ໄດ້ສຶກສາ :
BT 290 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Lecomte H. (ed.). 1907-1912. Flore Générale de l'Indo-Chine. Vol.5 (8-10), Muséum National d’Histoire Naturelle, Laboratoire de Phanérogamie, Paris, France.
Lehmann L., M. Greijmans and D. Shenman. 2003. Forests and trees of the central highlands of Xieng Khouang Lao PDR, A field guide. Lao Tree Seed Project, Vientiane, Laos.

Top of the page