Carya tonkinensis Lecomte - JUGLANDACEAE

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ຕາເປັນຮູບປາຍຫອກ, ມີຂົນສີນ້ຳຕານ ປົກຫຸ້ມຢ່າງ ໜາແໜ້ນ. ຂອບໃບເປັນແສກແຂ້ວເລື່ອຍຖີ່ໆ. ດອກຜູ້ ເປັນ ຊໍ່ດອກຫ້ອຍ ຈັດເປັນ ກຸ່ມໆ ກຸ່ມລະ 2 - 3 ດອກ, ດອກແມ່ ມີວົງກາບ ແລະ ວົງກີບເຫັນຊັດເຈນ.
ປະເພດພືດ : ເປັນໄມ້ ຢືນຕົ້ນ ໃບປ່ຽນຕາມລະດູການ ສູງເຖິງ 25 ແມັດ. ກິ່ງງ່າຕັ້ງຊັນຂຶ້ນ ທຽບໃສ່ລຳຕົ້ນ ແລະ ຕົ້ນແຕກ ກິ່ງງ່າ ແຕ່ຢູ່ໂຄນໄປ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່. ເປືອກມີຮອຍແຕກ, ເປັນເກັດ, ມີຊ່ອງ ອາກາດ, ສີນ້ຳຕານ ອົມສີຂີ້ເຖ່ົາ ຫຼື ສີຂີ້ເຖ່ົາແກ່, ເປືອກ ໃນ ມີສີສົ້ມແກມສີອອກເຫຼືອງ ແລະ ເປືອກແຂງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າ ເປັນທໍ່ກົມ, ມີຊ່ອງອາກາດ, ກ້ຽງບໍ່ມີຂົນ, ອອກສີນ້ຳຕານແກ່ ຫຼື ມີສີນ້ຳຕານອົມສີອອກຂຽວ, ມີຮອຍແປ້ວຂອງຈຸດຈັບຂອງໃບທົ່ວໆ. ກິ່ງງ່າ ອ່ອນມີເກັດໆທີ່ເປັນຕ່ອມປົກຫ້ມ, ມີສີແດງອອກສົ້ມ, ເວລາແຫ້ງ ມີສີນ້ຳຕານແກ່ ພ້ອມທັງ ມີຂົນຮູບດາວກະແຈກກະຈາຍຢູ່.
ທາດແຫຼວທີ່ລະບາຍອອກ : ບໍ່​ມີ​ທາດ​ແຫຼວ​ລະບາຍ​ອອກ.
ໃບ : ໃບ ປະສົມແບບຂົນນົກ, ປາຍຄີກ, ຈັບສະຫຼັບ ກ້ຽວວຽນ ຫຼື ຈັບເກືອບພາບກັນ, ກ້ານກາງ ຍາວ 10 - 25 ຊມ, ມີບິ້ງໃບ 5 - 7 ຊິ້ນ ຈັບພາບກັນ, ຂະໜາດ 6 - 15 x 2.7 - 5.2 ຊມ, ໃບຮູບໄຂ່, ຮູບປາຍຫອກ ແກມຮູບໄຂ່, ບາງຄັ້ງ ເປັນຮູບໄຂ່ປີ້ນ, ປາຍໃບສ້ວຍແຫຼມ ຫຼື ສ້ວຍແຫຼມ ເປັນຕິ່ງ, ກົກໃບມົນ, ຂອບໃບ ເປັນແສກແຂ້ວເລື່ອຍຖີ່, ແຜ່ນໃບບາງ ຄ້າຍຄື ແຜ່ນເຈັ້ຍ, ມີຂົນຍາວ ແຈກຢາຍ ຫ່າງໆຕາມກ່າງກາງຂອງໃບ, ມີຕ່ອມເກັດ ແບບກະແຈກກະຈາຍຢູ່ທັງສອງດ້ານ. ກ່າງກາງ ຮາບພຽງຢູ່ດ້ານເທິງ, ກ່າງຂັ້ນໜຶ່ງ ມີເສັ້ນດ່ຽວ, ກ່າງແບບຂົນນົກ, ກ່າງ ຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມສະຫຼຽງ ຈັດເປັນ ແບບຂັ້ນໄດຖີ່ໆ. ກ້ານກາງ ມີຕ່ອມເກັດສີສົ້ມ ແລະ ຂົນຮູບດາວ ສີເຫຼືອງ ປົກຫຸ້ມດົກໜາ, ເມື່ອເວລາແກ່ ຈະກ້ຽງ ບໍ່ມີຂົນ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກມີເພດແຍກ, ດອກຜູ້ ແລະ ດອກແມ່ ອອກສີຂຽວ, ຈັດກັນເປັນຊໍ່ດອກຫ້ອຍ ແຍກກັນຕາມເພດ , ໂດຍທົ່ວໄປ ຊໍ່ດອກຜູ້ ຢູ່ເປັນ ກຸ່ມ 2 - 3 ຊໍ່, ດອກແມ່ ມີວົງກາບ ແລະ ວົງກີບເຫັນຊັດ.
ໝາກ : ໝາກ ແມ່ນໝາກແຫ້ງເປືອກແຂງ ເມັດດຽວ, ຂະໜາດ 3 x 2.8 ຊມ, ຮູບກົມ ແປເຂົ້າດ້ານຂ້າງ ຫຼື ດ້ານເທິງ, ໝາກ ແຕກເປັນ 3 - 4 ປ່ຽງ.
ແກ່ນ : ແກ່ນ ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າຂັ້ນສອງ ຫຼື ໃນປ່າທີ່ຟື້ນຟູໃໝ່ ບ່ອນທີມີຄວາມສູງເຖິງ 1200 ມ, ໃນດິນທີ່ມີຄວາມ ຊຸ່ມ ແລະ ລະບາຍນ້ຳໄດ້ດີ. ລະດູອອກດອກ ເລີ້ມ ແຕ່ເດືອນ ມີນາ ຫາເດືອນ ພຶດສະພາ, ລະດູອອກ ໝາກເລີ່ມແຕ່ເດືອນ ກໍລະກົດ ຫາເດືອນ ກັນຍາ.

ເຂດແຜ່ກະຈາຍພັນ :

ພົບເຫັນຢູ່ໃນປະເທດ ຈີນ (ຢຸນນານ, ກວາງຊີ), ອິນເດັຍ (ເຂດອັດສຳ), ຫວຽດນາມ (ພາກເໜືອ) ແລະ ລາວ (ແຂວງ ບໍລິຄຳໄຊ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປັນໄມ້ ມີຄຸນນະພາບດີ ແລະ ໜັກ, ອອກສີບົວ, ຖືກນຳໃຊ້ເຂົ້າ ໃນການກໍ່ສ້າງ, ເຮັດເຄື່ອງເຮືອນ. ແກ່ນສາມາດກິນໄດ້ ແລະ ໃຊ້ບີບເອົານ້ຳມັນ.

ຕົວຢ່າງທີ່ໄດ້ສຶກສາ :
BT 393 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.
Flore Générale de l’Indochine. 1929. Vol. 5, Fasc. 8-10. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
Pham Hoang Ho.1992. Flore du Cambodge, Laos et Vietnam, No 26. Museum National d’Histoire Naturelle.

Top of the page