Careya arborea Roxb. - LECYTHIDACEAE

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ເປືອກມີຮອຍແຕກ ແລະ ແຕກເຫີບ. ດອກ ມີເກສອນຈຳນວນຫຼາຍ, ຍາວເທົ່າໆກັບກີບດອກ, ຈັດເປັນ 3 ວົງ, ອອກສີຄີມ ທີ່ໂຄນ ມີແສກສີແດງຊ້ຳອົມສີມ່ວງ. ໝາກ ເປັນລັກສະນະໝາກແຫ້ງໄຂໄດ້ ແບບແຄບຊູນ, ມີນວນ, ແກ່ນ ຈຳນວນຫຼາຍ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ, ສູງເຖິງ 20 ແມດ
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່ເມ່ືອເກີດໃນດິນງາມ ແຕ່ເມ່ືອເກີດໃນດິນບໍ່ງາມ ແລ້ວ ມັກຢຸດ ການຈະເລີນເຕີບໂຕ ລຳຕົ້ນຂົດໂງ, ເປືອກໄມ້້ມີສີນ້ຳຕານແ ກມສີຂີ້ເຖົ່າ, ມີຮອຍແຕກ ແລະ ມີເກັດເປັນແຜ່ນໆ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ ຫາເປັນລ່ຽມ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບພາບ, ໃບກ້ຽງ ບໍ່ມີຂົນ, ຮູບໄຂ່ປີ້ນແຜ່ກວ້າງອອກ, ປາຍໃບສ້ວຍມຸມເຫວີ ມີຕິ່ງສັ້ນ, ໂຄນໃບຮຽວແຫຼມຕໍ່ໃສ່ກ້ານໃບສັ້ນ, ແຄມໃບ ເປັນແຂ້ວເລ່ືອຍລະອຽດ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງຂັ້ນສອງ ສະຫຼຽງ ມຸມເຫວີ, ຂະໜານກັນຫ່າງໆ, ກ່າງຂັ້ນສາມສະຫຼຽງມຸມເຫວີ.
ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກ ຈຳນວນ 1 ຫາ 10 ດອກ ຈັດລຽງເປັນຊໍ່ ດອກ ອອກຢູ່ປາຍຂອງງ່າທີ່ ບໍ່ມີໃບ, ດອກມີສອງເພດ ແລະ ບໍ່ມີກ້ານດອກ.
ໝາກ : ໝາກເປັນໝາກແຫ້ງໄຂໄດ້ ແບບແຄບຊູນ, ຍາວເຖິງ 6 ຊມ, ເປືອກໜຽວຄ້າຍໜັງ.
ແກ່ນ : ມີ ແກ່ນຫຼາຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າໂຄກ ອ່າວຕຶບແດ່ ແລະ ໃນບໍລິເວນປ່າທີ່ຖືກລົບກວນ.

ເຂດແຜ່ກະຈາຍພັນ :

ເກີດຢູ່ ອັຟະການິດສະຖານ, ມ່ຽນມ້າ, ກຳບູຊາ, ອິນເດັຍ, ມາເລ ເຊັຍ (ແຫຼມມາເລ), ເນປານ, ປາກິດສະຖານ, , ໄທ, ຫວຽດນາມ, ລາວ (ແຂວງ ບໍລິຄຳໄຊ ແລະ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຂົ້າໃນການກໍ່ສ້າງ.

ຕົວຢ່າງທີ່ໄດ້ສຶກສາ :
BT 70, BT 70A, BT 903, BT 1066 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page