English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ກິ່ງງ່າອ່ອນມີຂົນສີນ້ຳຕານ ອົມສີອອກແດງປົກຄຸມ ແລະ ເມືອ່ ແກ່ແລ້ວຈະກ້ຽງ ບໍ່ມີຂົນ. ບິ້ງໃບຄູ່ຕ່ຳສຸດ ນ້ອຍ ກ່ວາຄູ່ອ່ືນໆ. ກ້ານໃບ ມີຂົນຫ່າງໆ ໄຄ່ຟອງຢ່າງສະໝ່ຳສະເໝີ ຢູ່ໂຄນ. ມີຢາງ ສີຂາວ ຊ່ຶງບັນຈຸທາດນ້ຳມັນ ແລະ ມີກິ່ນຫອມ. |
ປະເພດພືດ : | ໄມ້ຢືນຕົ້ນຂະໜາດໃຫ່ຍ, ສູງເຖິງ 30 ມ., ມີເສັ້ນລັດສະໝີ 80 ຊມ . ງ່າຕັ້ງຊັນຂຶ້ນທຽບໃສ່ລຳຕົ້ນ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນເປັນທໍ່ ກົມ, ຊື່ ແລະ ແຕກງ່າຢູ່ປາຍຕົ້ນ. ເປືອກສີນ້ຳຕານອ່ອນ, ມີຮອຍແຕກ ແລະ ເປັນເກັດໆ ມີຊ່ອງອາກາດຢ່າງຫຼວງຫຼາຍ. ເປືອກນອກ ບາງ, ເປືອກໃນມີສີນ້ຳຕານແກມສີອອກບົວ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າເປັນທໍ່ກົມ, ເມື່ອເວລາຍັງອ່ອນ ມີຂົນສີນ້ຳຕານອົມສີອອກແດງປົກຄຸມ ແລະ ກ້ຽງ ບໍ່ມີຂົນເມືອ່ເວລາແກ່ແລ້ວ. |
ທາດແຫຼວທີ່ລະບາຍອອກ : | ນ້ຳຢາງສີຂາວ ແລະ ບັນຈຸທາດນ້ຳມັນ, ໜຽວ ແລະ ມີກິ່ນຫອມ. |
ໃບ : | ໃບປະສົມແບບຂົນ ປາຍຄີກ, ປົ່ງສະຫລັບ ແລະ ກ້ຽວວຽນ ແລະ ທັງຈັບເປັນຈຸ້ມ ຢູ່ປາຍກິ່ງ ແລະ ງ່າ, ບິ້ງໃບຈັບພາບກັນ, ມີຂະໜາດ 7-14 x 5-7 ຊມ., ຮູບຣີ ຫລືຮູບໄຂ່ ຫາຮູບໄຂ່ແກມຮູບຂອບຂະໜານ, ປາຍໃບສ້ວຍແຫລມເປັນຕິ່ງ, ກົກໃບ ສ້ວຍມຸມເຫວີ ບ້ຽວເລັກນ້ອຍ, ຂອບໃບລຽບ, ບິ້ງໃບຄູ່ກົກສຸດນ້ອຍ ກ່ວາ ຄູ່ອື່ນໆ, ກ້ານກາງຍາວ 26-28 ຊມ. ກ່າງກາງ ຮາບພຽງຢູ່ດ້ານເທິງ, ກ່າງຂັ້ນໜຶ່ງ ມີ ເສັ້ນດຽວ, ກ່າງຂັ້ນ ສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນ ສາມສະຫຼຽງ ຈັດແບບຕາໜ່າງຖ່ີໆ. ຫູໃບຮູບສ້ວຍແຫຼມປາຍ, ມີຂົນ, ຫູໃບຕົກລົ່ນໄວ. |
ຊໍ່ດອກ / ດອກ : | ດອກ ມີສີຂຽວອົມສີອອກເຫຼືອງ, ຈັດເປັນຊໍ່ດອກມີກ້ານ, ອອກຢູ່ຂ້າງ ກິ່ງ, ມີດອກມີເພດຮ່ວມ ແລະ ດອກມີເພດແຍກຢູ່ນຳຕົ້ນດຽວກັນ . |
ໝາກ : | ໝາກ ເປັນໝາກມີແກນ, ຂະໜາດ 4.5 X 2-2.5 ຊມ, ແກນແຂງ ເປັນເນື້ອໄມ້, ມີ ສັນ 6 ສັນຢູ່ຕາມເປືອກນອກ, ສອງສົ້ນຂອງໝາກ ມົນ, ເມື່ອແກ່ແລ້ວ ອອກສີຂຽວ ອົມສີອອກເຫຼືອງ, ກາບດອກ ຍັງມີຢູ່ນຳໝາກ. |
ແກ່ນ : | ແກ່ນ ມີ 3 ເມັດ. |