Calophyllum dryobalanoides Pierre - GUTTIFERAE

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີ, ເປືອກສີຂຽວແກມສີອອກເຫຼືອງ, ມີຮອຍແຕກເລິກ, ຮຸູບເຮືອ. ກິ່ງງ່າ ອ່ອນມີຂົນອ່ອນໆ. ທາດແຫຼວທີ່ລະບາຍອອກເປັນນ້ຳ, ມີສີອອກເຫຼືອງ. ໃບດ່ຽວ, ຈັບກົງກັນຂ້າມ, ກ່າງໃບ ຂັ້ນສອງມີຈຳນວນຫຼາຍພົ້ນຂື້ນ, ຕັ້ງສາກໃຫ້ກ່າງກາງຂອງໃບ. ບໍມີຫູໃບ. ຊໍ່ດອກອອກຢູ່ປາຍຍອດ ຫຼື ຢູ່ທາງດ້ານຂ້າງກິ່ງ, ດອກສີຂາວ, ເກສອນ ມີຈຳນວນຫຼາຍ. ໝາກເປັນ ໝາກເນື້ອມີແກນ.
ປະເພດພືດ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີ.
ລຳຕົ້ນ ແລະ ເປືອກ : ຮອຍແຕກເລິກສີຂຽວອົມສີອອກເຫຼືອງ ແລະເປັນ ຮຸູບເຮືອ ເປັນລັກສະນະເດັ່ນ. ເປືອກໃນເປັນເສັ້ນໄຍ, ສີອອກແດງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນຮູບທໍ່ກົມ, ເວລາຍັງອ່ອນມີຂົນອ່ອນໆ ສີນ້ຳຕານ ແກມສີເຫຼືອງ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກເປັນນ້ຳ, ມີສີອອກເຫຼືອງ.
ໃບ : ໃບດ່ຽວ, ຈັບກົງກັນຂ້າມ, ຂະໜາດ 5-10 x 2-3.5 ຊມ, ຮູບສ້ວຍ, ກ້ຽງ ບໍ່ມີຂົນ, ປາຍໃບສ້ວຍແຫຼມ ເຖິງ ແຫຼມເປັນຕິ່ງ, ກົກໃບສ້ວຍແຫຼມ ເຖິງ ຮຽວແຫຼມ, ກ່າງໃບຂັ້ນໜື່ງມີອັນດຽວ, ກ່າງໃບຂັ້ນສອງມີຈຳນວນຫຼາຍ, ຂະໜານ ແລະພົ້ນຂື້ນ, ຕັ້ງສາກໃຫ້ກ່າງກາງຂອງໃບ. ບໍມີຫູໃບ.
ຊໍ່ດອກ / ດອກ : ຊໍ່ດອກອອກຢູ່ປາຍຍອດ ຫຼື ຢູ່ທາງດ້ານຂ້າງກິ່ງ, ດອກສີຂາວ, ກ້ານດອກຍ່ອຍຍາວກວ່າ 5 ມມ.
ໝາກ : ໝາກເປັນ ໝາກເນື້ອມີແກນ, ສີນ້ຳຕານ ແກ ສີນ້ຳຕານ ມ ສີເຫຼືອງ.
ແກ່ນ : ແກ່ນມີ 1 ແກ່ນ

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໜ້ອຍຢູ່ປ່າດົງດິບ.

ເຂດແຜ່ກະຈາຍພັນ :

ເກີດຢູ່ ປະເທດ ມ່ຽນມ້າ(ພະມ້າ), ທາງຕາເວັນອອກສ່ຽງເໜືອຂອງປະເທດອິນເດັຍ, ທິດໃຕ້ຂອງປະເທດຈີນ, ອິນໂດຈີນ, ປະເທດໄທ, ແລະ ປະເທດລາວ.

ຕົວຢ່າງທີ່ໄດ້ສຶກສາ :
BT 535 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
P. F. Stevens. 1980. A revision of the old world species of Calophyllum (Guttiferae). J. Arnold Arbor. 61:232.
Pierre. 1885. In Fl. Forest. Cochinch. t.106.

Top of the page