Callerya atropurpurea (Wall.) Schot - PAPILIONACEAE

ຊ່ືພື້ນຖານ : Pongamia atropurpurea Wall.

ຊ່ືພ້ອງ : Millettia atropurpurea (Wall.) Benth.
Whitfordiodendron atropurpurea (Wall.) Merr.
Padbruggea atropurpurea (Wall.) Craib
Padbruggea pubescens Craib

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ, ເປືອກກ້ຽງ. ໃບປະສົມ ຕີນຂອງ ກ້ານໃບໄຄ່ໂພງ, ບິ້ງໃບ 3-5 ຄູ່ ຈັບພາບ, ປາຍສ້ວຍມຸມເຫວີ. ຫູໃບບໍ່ຕິດກັນ, ຕົກລົ່ນໄວ. ດອກຮູບດອກໝາກຖ່ົວ, ສີແດງ ຊ້ຳ ແກມສີມ່ວງ.
ປະເພດພືດ : ເປັນໄມ້ຢືນຕົ້ນຂຽວຕະຫລອດປີ, ສູງເຖິງ 20 ແມດ
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່ ຫຼື ເນີ້ງ, ເປືອກມີສີຂີ່ເຖົ່າປົນຂຽວ, ກ້ຽງ ແລະ ມີຊ່ອງອາກາດ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບປະກອບ ແບບຂົນນົກປາຍຄີກ, ຈັບສະຫຼັບ ແລະ ກ້ຽວວຽນ, ບິ້ງໃບ ຈັບພາບ, ມີຈຳນວນ 3-10 ຄູ່, ຮູບສ້ວຍ, ປາຍສ້ວຍມຸມເຫວີ, ກົກໃບສ້ວຍແຫຼມ, ຂອບໃບ ລຽບ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງ ຂັ້ນສອງ ສະຫຼຽງມຸມເຫວີ, ຂະໜານ ກັນຫ່າງໆ, ກ່າງຂັ້ນສາມ ບໍ່ມີ.
ຫູໃບລົ່ນໄວ.
ຊໍ່ດອກ / ດອກ : ດອກມີຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ປາຍ, ດອກມີສອງ ເພດ, ກ້ານດອກຍ່ອຍສັ້ນກວ່າ 0.5 ຊມ.
ໝາກ : ໝາກເປັນຝັກ, ຍາວເຖິງ 5 ຊມ, ແຕກອອກເປັນ 2 ບິ້ງ.
ແກ່ນ : ແກ່ນ ມີ 1 ຫາ 3 ແກ່ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປໃນປ່າດົງດິບ.

ເຂດແຜ່ກະຈາຍພັນ :

ເກີດຢູ່ ກຳພູຊາ, ອິນໂດເນເຊັຍ, ຟີລິບປິນ, ໄທ, ຫວຽດນາມ ແລະ ລາວ (ແຂວງ ຫົວພັນ, ຫຼວງພະບາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ວຽງຈັນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ ຍັງບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 100, BT 102, BT 207A, BT 434, BT 1030 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Schot A.M.1994. A revision of Callerya Endl. Blumea 39:1-40.

Top of the page