English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ເປືອກມີນ້ຳຢາງສີແດງ, ໃບປະສົມ 3 ບິ້ງ, ຮຽງສະລັບ ຫຼື ຈັບແບບກ້ຽວວຽນ. |
ປະເພດພືດ : | ເປັນໄມ້ຢືນຕົ້ນຂຽວຕະຫລອດປີ ຫຼື ມີໃບລົ່ນຕາມລະດູການ, ຕົ້ນສູງເຖິງ 35 ແມດ |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່, ເປືອກມມີສີນ້ຳຕານອອກແດງ, ເປືອກ ກ້ຽງຫາແຕກເປັນເກັດໆ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ. |
ທາດແຫຼວທີ່ລະບາຍອອກ : | ທາດແຫຼວລະບາຍມີສີແດງ. |
ໃບ : | ໃບປະສົມ ມາມບິ້ງ , ໃບຈັບສະລັບ ແລະ ຈັບກ້ຽວວຽນ, ໂຄນໃບໄຄ່. ໃບຍ່ອຍກ້ຽງ ບໍ່ມີຂົນ, ຮູບສ້ວຍແກມຮູບໄຂ່ ຫຼື ຮູບໄຂ່, ປາຍໃບເປັນຕິ່ງແຫຼມ, ກົກໃບແຫຼມ, ແຄມໃບເປັນແຂ້ວເລ່ືອຍ. ກ່າງຂັ້ນໜຶ່ງເປັນເສັ້ນດ່ຽວ, ກ່າງຂັ້ນສອງ ສະຫຼຽງມຸມ ເຫວີ, ກ່າງໃບຂັ້ນສາມຈັດເປັນຕາໜ່າງ. ມີຫູໃບ, ລົ່ນໄວ. |
ຊໍ່ດອກ / ດອກ : | ດອກຈັດລຽງເປັນຊໍ່ດອກ, ອອກດ້ານຂ້າງ ຫຼື ບາງຄັ້ງຢູ່ດ້ານຫລັງ ຂອງໃບ, ດອກມີເພດດ່ຽວຢູ່ຕ່າງຕົ້ນກັນ, ກ້ານດອກຍ່ອຍຍາວ 2 ຫາ 3 ມມ. |
ໝາກ : | ໝາກມີຂະໜາດ 0. 5 -1 ຊມ, ເປືອກຄ້າຍໜັງ, ໝາກບໍ່ສາມາດໄຂເອງໄດ້. |
ແກ່ນ : | ມີ ແກ່ນ 2 ຫາ 8 ເມັດ, ມີນວນປົກຫຸ້ມເມັດ, ນວນກິນໄດ້ ມີຣົດສົ້ມ. |