Archidendron clypearia (Jack) I.C.Nielsen - MIMOSACEAE

ຊ່ືພື້ນຖານ : Inga clypearia Jack

ຊ່ືພ້ອງ : Abarema clypearia (Jack) Kosterm.
Pithecellobium angulatum Benth.

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນເບັນໃບ້ Ton Ben bay

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ກ່ິງງ່າມີປີກອອກທາງຂ້າງ. ໃບປະສົມ ສອງຂັ້ນ, ກ້ານໃບມີຕ່ອມ. ດອກສີຂາວ. ໝາກເປັນຝັກ ສີແດງ ມີແກ່ນສີດຳ ກ້ຽວເປັນວົງ .
ປະເພດພືດ : ເປັນໄມ້ຢືນຂຽວຕະຫລອດປີ ຂະໜາດນ້ອຍ, ສູງເຖິງ 10 ແມດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່ ຫຼື ເອນ, ເປືອກມີສີນ້ຳຕານແກມສີແດງ , ລຳຕົ້ນກ້ຽງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນລ່ຽມ, ມີສັນເປັນຮູບໂຕ U, ງ່າກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບປະສົມແບບຂົນນົກຂັ້ນສອງ, ຈັບສະຫຼັບ ແລະ ກ້ຽວວຽນ, ໃບມີຂົນບາງໆ ເຖິງ ດົກໜາ, ມີໃບຍ່ອຍ ຫາ 10 ຄູ່, ມີບິ້ງໃບ 3 ຫາ 12 ຄູ່ ຈັບພາບກັນ, ໃບຍ່ອຍບໍ່ສະ ເໝີ ກັນ ເປັນຮູບດອກຈັນ , ມີເສັ້ນກ່າງໃຫ່ຍຜ່ານຢູ່ສອງມຸມທີ່ຢູ່ກົງ ກັນ, ກ່າງ ໃບຂັ້ນສອງສະຫຼຽງກວ້າງ, ໂຄ້ງຈອດກັນເປັນວົງຢູ່ແຄມ, ກ່າງຂັ້ນສາມ ບໍ່ສາມາດ ເບິ່ງເຫັນໄດ້. ກ້ານໃບໄຄ່ໂພງຂຶ້ນ, ມີຕ່ອມຮູບຖ້ວຍ .
ມີຫູໃບ.
ຊໍ່ດອກ / ດອກ : ດອກຈັດເປັນຊໍ່ດອກ ອອກ ຢູ່ປາຍ ຫຼື ຂ້າງຂອງຫຼືບໃບທີ່ຢູ່ເທິງ, ດອກ ມີສອງເພດ, ກ້ານດອກຍ່ອຍຍາວ 1 ເຖິງ 3 ມມ.
ໝາກ : ໝາກຍາວ ເຖິງ 20 ຊມ, ແມ່ນຝັກທີ່ບິດ ເປັນວົງ ສີແດງອອກສົ້ມ ມີແກ່ນສີດຳ .
ແກ່ນ : ມີແກ່ນ 3 ຫາ 8 ແກ່ນ, ແກ່ນສີດຳເຫຼື້ອມ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປໃນປ່າປຽກຊື້ນ ທີ່ສູງເຖິງລະດັບ 1700 ແມັດ.

ເຂດແຜ່ກະຈາຍພັນ :

ມ່ຽນມ້າ, ກຳພູຊາ, ຈີນ (ພາກໃຕ້), ອິນເດຍ, ມາເລເຊັຍ, ໄທ, ຫວຽດນາມ ແລະ ລາວ (ແຂວງອັດຕະປື, ບໍໍ່ແກ້ວ, ບໍລິຄຳໄຊ, ຈຳປາສັກ, ຄຳມ່ວນ, ຫຼວງນ້ຳທາ,ສາລະວັນ, ເຊກອງ ແລະ ຊຽງຂວາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປືອກຂອງລຳຕົ້ມໃສ່ນ້ຳ ໃຊ້ປົວອາການອັກເສບ.

ຕົວຢ່າງທີ່ໄດ້ສຶກສາ :
BT 322, BT 331, BT 765 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page