Aporosa villosa (Lindl.) Baill. - EUPHORBIACEAE

ຊ່ືພື້ນຖານ : Scepa villosa Lindl.

ຊ່ືພ້ອງ : Aporosa glabrifolia Kurz
Aporosa sphaerosperma Gagnep.
Aporosa sphaerosperma Gagnep. var. cordata Gagnep.

ຊ່ືພື້ນເມືອງເປັນພາສາລາວ : ເໝືອດ Muat

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ເປືອກມີຮອຍແຕກເລິກ. ກິ່ງງ່າອ່ອນ ມີຂົນອ່ອນຫຸ້ມດົກໜາ. ບໍ່ມີທາດແຫຼວໄຫຼອອກ. ກ້ານໃບໜາ ຢູ່ປາຍ ແລະ ມີຕ່ອມ 2 ຕ່ອມຢູ່ປາຍ. ດອກມີເພດແຍກຕ່າງຕົ້ນ, ມີສີອອກຂຽວ. ໝາກແມ່ນໝາກແຫ້ງໄຂໄດ້ແບບແຄບຊູນ. ແກ່ນມີນວນສີສົ້ມຫຸ້ມ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ, ຕົ້ນສູງເຖິງ 10 ແມດ
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີນ້ຳຕານແກມສີຂີ່ເຖົ່າຫາສີນ້ຳຕານແກມສີແດງ, ມີຮອຍແຕກເລິກ ແລະ ໜາ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ , ມີຂົນສີນ້ຳຕານ ສັ້ນ ແລະ ອ່ອນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫຼັບ ແລະ ຈັບກ້ຽວວຽນ ຫຼື ຈັບຕາມແຜ່ນພຽງດຽວ, ໃບ ຮູບຂອບ ຂະໜານແກມຮູບສ້ວຍ ຫຼື ເປັນຮູບໄຂ່ປີ້ນແຄບ, ປາຍໃບສ້ວຍມຸມເຫວີ ຫຼື ສ້ວຍ ແຫຼມ , ໂຄນໃບມົນ ຫຼື ສ້ວຍແຫຼມ, ຂອບໃບກ້ຽງ ຫຼື ບາງຄັ້ງຂອບໃບເປັນຄືແຂ້ວກະແຈກກະຈາຍຢູ່. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງຂັ້ນສອງສ້ວຍມຸມເຫວີ, ກ່າງຂັ້ນສາມ ຈັດເປັນຕາໜ່າງ. ມີຫູໃບ. ກ້ານໃບໜາຢູ່ທັງສອງສົ້ນ, ມີຕ່ອມ 2 ອັນຢູ່ປາຍສຸດຂອງກ້ານໃບ.
ຊໍ່ດອກ / ດອກ : ດອກຈັດລຽງເປັນຊໍ່ດອກທີ່ອອກຢູ່ດ້ານຂ້າງ, ສ່ວນຫຼາຍຍອດບໍ່ມີໃບ, ດອກມີເພດດຽວ, ຢູ່ຕ່າງຕົ້ນ ກັນ.
ໝາກ : ໝາກມີຂະໜາດ 1 - 0.7 ຊມ, ເປັນຮູບໄຂ່, ມີຖົງຫຸ້ມ, ໝາກແຕກອອກແບບບໍ່ສະເໝີກັນ.
ແກ່ນ : ແກ່ນ ມີ 1 ແກ່ນ, ມີນວນສີສົ້ມ.ປົກຫຸ້ມເມັດຢູ່.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປ ໃນພືດຊັ້ນລຸ່ມຂອງປ່າແປກ ແລະ ປ່າປ່ຽນໃບ.

ເຂດແຜ່ກະຈາຍພັນ :

ພົບຢູ່ມ່ຽນມ້າ, ກຳພູຊາ, ໄທ, ຫຽດນາມ ແລະ ລາວ (ແຂວງ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເພິ່ນນຳໃຊ້ເປັນໄມ້ຖ່ອນ, ໃຊ້ເປືອກ ແລະ ໄມ້ເຮັດຢາ.

ຕົວຢ່າງທີ່ໄດ້ສຶກສາ :
BT 74, BT 119, BT 435, LAO 7 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page