Aphanamixis polystachya (Wall.) R.Parker - MELIACEAE

ຊ່ືພື້ນຖານ : Aglaia polystachyaWall.

ຊ່ືພ້ອງ : Aphanamixis cochchinchinensisPierre

ຊ່ືພື້ນເມືອງເປັນພາສາລາວ : ໄມ້​ຊໍ່ May so

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ແມ່ນໃບປະສົມປາຍຄູ່ ແລະ ປາຍຄີກ, ຈຸ້ມກັນຢູ່ປາຍກິ່ງ, ໃບຍ່ອຍຈັບພາບກັນ, ໂຄນໃບສ້ວຍແຫຼມ ແລະ ບໍ່ສະເໝີກັນ. ດອກມີເພດຫຼາຍເພດໃນຕົ້ນດຽວກັນ. ໝາກເປັນໝາກແຫ້ງໄຂໄດ້ ແບບແຄບຊູນ, ແກ່ນມີນວນສີແດງແກມສົ້ມຫຸ້ມ.
ປະເພດພືດ : ໄມ້ຢືນຕົ້ນ ໃບຂຽວຕະລອດປີ ສູງເຖິງ 8 ແມັດ, ເສັນຜ່າສູນກາງຂອງລຳຕົ້ນ ປະມານ 15 ຊັງຕີແມັດ, ງ່າຕັ້ງ ຊັນຂຶ້ນ ຫລືແຕກອອກທາງນອນ ທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ເປືອກນອກສີເທົາຊ້ຳ , ຫນາປະມານ 1 ຊມ, ມີຮອຍແຕກຕາມລວງຍາວ. ເປືອກໃນສີນ້ຳຕານ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າສີເຫລືອງ, ມີຂົນປົກຕຸມ ຕໍ່ມາ ມີ ຂົນຫ່າງໆ, ມີຂົນສີເຫລືອງປົກຫຸ້ມຕາຍອດຢ່າງຫນາແໜ້ນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ
ໃບ : ໃບປະສົມແບບຂົນນົກປາຍຄີກ ແລະ ປາຍຄູ່ ຈັບສະຫຼັບກັນ ອອກເປັນຈຸ້ມຢູ່ປາຍ ຍອດ, ກ້ານກາງຂອງໃບຍາວປະມານ 50 ຊມ. ກ້ານໃບຍ່ອຍປະມານ 10 ຊມ. ໃບຍ່ອຍ ຈັບພາບກັນ ມີຈຳນວນ 9 -12 ຄູ່, ໃບຮູບຣີແກມຮູບຂອບຂະໜານ, ຂະ ຫນາດ 12-15 x 3-5 ຊມ. ຄູ່ລຸ່ມສຸດມີຂະຫນາດນ້ອຍສຸດ, ໃບກ້ຽງບໍ່ມີຂົນ ຢູ່ທັງສອງດ້ານ, ຂອບໃບລຽບ, ປາຍໃບສ້ວຍແຫລມເປັນຕິ່ງແກມສ້ວຍແຫຼມ, ກົກໃບບ້ຽວ ບໍ່ສະເໝີກັນ,ສ້ວຍແຫຼມ, ກ່າງຂັ້ນສອງ ປະມານ 5 - 8 ຄູ່,ດູນຂຶ້ນ ເປັນຄູຊັດເຈນທາງດ້ານລຸ່ມ, ກ້ານໃບຍ່ອຍຍາວປະມານ 1 ຊມ.
ຊໍ່ດອກ / ດອກ : ຊໍ່ດອກສັ້ນກວ່າໃບ, ລວງຍາວຕ່ຳກວ່າ 30 ຊມ. ມີທັງດອກເພດດຽວ ແລະ ຮ່ວມເພດ ໃນຕົ້ນດຽວກັນ, ດອກເປັນຮູບກົມ, ສີເຫລືອງ, ບໍ່ມີ ກ້ານ ແຕ່ມີໃບຊ້ອນດອກ 3 ໃບ ອອກທີ່ໂຄນດອກ. ຊໍ່ດອກຜູ້ ມີກ້ານຊໍ່ ດອກ, ຊໍ່ດອກແມ່ເປັນຮວງ ອອກດ່ຽວ ແລະ ອອກທາງຂ້າງ,
ໝາກ : ໝາກເປັນໝາກແຫ້ງ ໄຂໄດ້ແບບແຄບຊູນ, ແຕກເປັນ 3 ປ່ຽງ, ຮູບກົມ, ເປືອກໜາ, ມີກ້ານຍາວ ຢ່ອນລົງ, ເສັ້ນ ຜ່ານກາງ ປະມານ 1.5 ຊມ, ມີສິແດງເຂັ້ມເຖິງສີບົວ ອອກເຫລືອງ, ຜິວກ້ຽງ ບໍ່ມີຂົນ. ກາບດອກທົນນານ ຢູ່ນຳໝາກ.
ແກ່ນ : ມີເມັດຈຳນວນບໍ່ຫຼາຍ, ເປັນຮູບກົມ, ມີສີດຳ ແລະ ມີນວນສີສົ້ມ ຫຸ້ມແກ່ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າດົງດິບ ຫຼື ປ່າໂຄກຊຸດໂຊມ ລະດັບ ຄວາມສູງ ແຕ່ 400 ເຖິງ 600 ມ, ມັກພົບເຫັນຢູ່ຕາມແຄມຫ້ວຍນ້ຳ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດຈີນ, ຫວຽດນາມ, ມາເລເຊັຍ ແລະ ລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນຳໃຊ້ໃນການປູກສ້າງ ແລະເຮັດຟືນ.

ຕົວຢ່າງທີ່ໄດ້ສຶກສາ :
BT 359, Lao 152 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.

Top of the page