Antidesma velutinosum Blume - EUPHORBIACEAE

ຊ່ືພ້ອງ : Antidesma attenuatum Tul.
Antidesma molle Müll.Arg.

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນເໝົ້າເຫຼັກ Mao Lek ; ຕົ້ນເໝົ້າຫີນ Mao Hin

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໃບຈັບສະຫຼັບພາຍໃນແຜ່ນພຽງດຽວ. ກ່າງໃບໂຄ້ງຈອດກັນຢູ່ແຄມ. ກິ່ງງ່າທີຍັງອ່ອນມີຂົນແຂງມີສີອອກເຫຼືອງຫາສີນ້ຳຕານ. ໝາກເປັນໝາກເນື້ອມີແກນ.
ປະເພດພືດ : ໄມ້ຢືນຕົ້ນຂະໜາດນ້ອຍ ສູງເຖິງ 10 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກລຽບ, ເປັນຕູດໆ, ສີຂີ້ເຖົ່າແກມສີອອກຂາວ ຫຼື ມີສີອອກນ້ຳຕານ.
ງ່າ ແລະ ກິ່ງນ້ອຍ : ຍອດອ່ອນມີຂົນສີຂີ້ໝຽງປົກຫຸ້ມຢ່າງດົກໜາ. ກິ່ງງ່າຮູບທໍ່ກົມ, ເມື່ອເຕີບ ໃຫຍ່ເຕັມທີຈະກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດຸ່ຽວຈັບສະຫລັບ ພາຍໃນແຜ່ນພຽງດຽວ, ຂະໜາດ 10-25 X 3-8 ຊມ, ຮູບຂອບຂະໜານ ຫຼື ຮູບປາຍຫອກ ປາຍໃບຮຽວແຫຼມ, ໂຄນໃບຮຽວແຫຼມຫາ ຫາມົນ, ຂອບໃບລຽບ, ແຜ່ນໃບຄືແຜ່ນເຈັ້ຍ, ໃບແກ່ມີຂົນຈັບຫ່າງໆຢູ່ທາງດ້ານເທິງ, ສ່ວນທາງດ້ານລຸ່ມມີຂົນອ່ອນສີເງິນ ຫຼື ມີສີອອກເຫຼືອງ ປົກຫຸ້ມ. ກ່າງກາງທາງດ້ານເທິງເປັນຮ່ອງຕາມທາງຍາວ, ກ່າງຂັ້ນໜຶ່ງເປັນ ກ່າງດ່ຽວ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ໂຄ້ງຈອດກັນຢູ່ແຄມ, ກ່າງຂັ້ນ ສາມສະຫຼຽງ. ກ້ານໃບມີຂົນສີຂີ້ໜ້ຽງດົກໜາ. ຫູໃບມີຂົນ, ຕົກລົ່ນໄວ.
ຊໍ່ດອກ / ດອກ : ດອກອອກເປັນຊໍ່ດອກບໍ່ມີກ້ານ ອອກຢູ່ປາຍ ຫຼື ອອກດ້ານຂ້າງກິ່ງ, ມີດອກໜາແໜ້ນມີຂົນ ຫຼື ບໍ່ມີຂົນ.
ໝາກ : ເປັນໝາກແຫ້ງ ມີລັກສະນະຄ້າຍໝາກມີແກນ, ຂະໜານ 0.5-0.6 ຊມ, ຮູບກົມ ຫຼື ບ້ຽວເລັກນ້ອຍ, ມີຂົນລະອຽດ.
ແກ່ນ : ແກ່ນມີ 1 ຫາ 2 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າດັ່ງເດີມ ແລະ ປ່າຂັ້ນສອງ, ໃນປ່າດົງດິບແລ້ງ, ຊຸ່ມຊື້ນສ່ວນໃດສ່ວນໜຶ່ງ, ໃນປ່າປະສົມປ່ຽນໃບ ບ່ອນທີ່ມີຄວາມສູງເຖິງ 600 ແມັດ. ລະດູອອກດອກ: ເດືອນເມສາ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດມ່ຽນມ້າ, ກຳພູຊາ, ມາເລເຊັຍ, ໄທ ແລະ ລາວ (ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ປະກົດວ່າ ໝາກກິນໄດ້.

ຕົວຢ່າງທີ່ໄດ້ສຶກສາ :
BT 163 and BT 466 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine. 1925-1927. Vol. 5, Fasc. 4-6. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Kongkanda Chayamarit & Peter C. Van Welzen. 2005. Euphorbiaceae. Flora of Thailand, Vol. 8, part 1.The Forest Herbarium, Royal Forest Department, Bangkok, Thailand.

Top of the page