Alstonia rupestris Kerr - APOCYNACEAE

ຊ່ືພ້ອງ : Blaberopus rupester (Kerr) Pichon

ຊ່ືພື້ນເມືອງເປັນພາສາລາວ : ຕີນເປັດພູ Teen Pet phou

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ເປັນໄມ້ຢືນຕົ້ນ ມີໃບຈັບເປັນວົງ, ເສັ້ນກ່າງໃບຂັ້ນສອງ ມີ ຈຳນວນ 50-80 ຄູ່, ມີຕ່ອມ ຈັບຢູ່ຕາມຂ້າງໃບ.
ປະເພດພືດ : ລຳຕົ້ນກົມຊ່ືຄືເສົາ ສູງເຖິງ 25 ແມັດ, ງ່າຕັ້ງຊັນ ທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ເປືອກມີສີອອກຂີ້ເຖົ່າ, ມີຊ່ອງອາກາດເລິກ ,ເປືອກໃນມີສີແດງ ຈາງໆ.
ງ່າ ແລະ ກິ່ງນ້ອຍ : ກິ່ງ ງ່ານ້ອຍ ກ້ຽງ ບໍ່ມີຂົນ ແລະ ມີຊ່ອງອາກາດເດັ່ນຊັດ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກມາ ເປັນນ້ຳຢາງສີຂາວ ຂຸ້ນ.
ໃບ : ໃບນ້ອຍ, ຈັບເປັນວົງ ມີ 3 - 5 ໃບ, ຂະໜາດຂອງໃບ 3-13 x 0.5-2.5 ຊມ, ໃບເປັນຮູບຮີ, ປາຍໃບແຫຼມ, ໂຄນໃບຂ້ອນຂ້າງ ເຫວີ ແລະ ກ້ານໃບເຊື່ອມ ເປັນເນື້ອດຽວກັບແຜ່ນໃບເລີຍ, ແຄມໃບລຽບ, ແຜ່ນໃບຄ້າຍຄືແຜ່ນໜັງ ແລະ ກ້ຽງ, ມີຕ່ອມຢູ່ດ້ານຂ້າງຂອງເສັ້ນແກນ. ເສັ້ນກ່າງ ກາງຟູຢູ່ດ້ານໜ້າໃບ, ກ່າງໃບ ຂັ້ນໜ່ຶງເປັນເສັ້ນດ່ຽວ, ກ່າງຂັ້ນສອງ ຈຳນວນ 50 ຄູ່, ສລຽງໃຫ້ກ່າງກາງ, ຂະໜານ ໃຫ້ກັນຖີ່ໆ, ກ່າງຂັ້ນສາມ ແຕກແງ່ມປິ່ນເຂົ້າດ້ານໃນ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກ ມີຂະໜາດນ້ອຍ, ມີສີອອກຂາວ ຫຼືສີຄີຼມ, ມີຂົນອ່ອນໆ ປົກຫຸ້ມດົກໜາ, ດອກມີຈຳນວນຫຼາຍ, ມີກິ່ນຫອມຫວານໆ.
ໝາກ : ໝາກ ເປັນໝາກແຫ້ງ ຈັບເປັນຄູ່ , ໝາກຍາວ 6.1-7.5 ຊມ, ກວ້າງ 5 ມມ, ກ້ຽງ ຫຼື ບໍ່ມີຂົນ.
ແກ່ນ : ແກ່ນ ມີຈຳນວນຫຼາຍ, ແກ່ນກ້ຽງ ແລະ ມີຂົນຝອຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າໂຄກ ມີພື້ນທີ່ເປັນຫີນປູນ ຕັ້ງແຕ່ລະດັບສູງ 500 ເຖິງ 1800 ແມັດ. ລະດູອອກດອກ ແຕ່ເດືອນ ກຸມພາເຖິງເດືອນ ເມສາ; ລະດູອອກໝາກແຕ່ ເດຶອນ ເມສາເຖິງເດືອນ ພຶດສະພາ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດຈີນ, ໄທ ແລະ ລາວ (ແຂວງ ບໍລິຄຳໄຊ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປືອກ ແລະ ຮາກ ໃຊ້ເປັນຢາພື້ນເມືອງ, ສ່ວນໄມ້ ເພິ່ນສາມາດໃຊ້ຜະ ລິດເປັນອຸປະກອນເຄື່ອງມືນ້ອຍໆ.

ຕົວຢ່າງທີ່ໄດ້ສຶກສາ :
BT 65 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine. 1930-1933. Vol. 3, Fasc. 7-9. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
David J. Middleton. 1999. Flora of Thailand, Vol. 7, part 1. The Forest Herbarium, Royal Forest Department, Bangkok, Thailand.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project.

Top of the page