Aglaia elliptica Blume - MELIACEAE

ຊ່ືພື້ນຖານ : Gomphrena sessilis L.

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ, ກິ່ງງ່າມີຂົນອອ່ນຫຸ້ມ, ມີນ້ຳຢາງໄສ ສີອອກຂາວ. ໃບປະສົມ ອອກຢູ່ປາຍໆຂອງກິ່ງງ່າ, ບິ້ງໃບຈັບ ພາບ. ດອກມີສີອອກເຫຼືອງ. ໝາກເປັນໝາກແຫ້ງໄຂໄດ້ ແບບແຄບຊູນ.
ປະເພດພືດ : ໄມ້ຢືນຕົ້ນຂຽວຕະຫຼອດປີ ສູງເຖິງ 20 ແມັດ, ງ່າຕັ້ງ ຫລືແຕກອອກທາງນອນ ທຽບໃສ່ລຳຕົ້ນ, ເສັນຜ່າກາງລຳຕົ້ນ ກວ້າງປະມານ 8 ຊັງຕີແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນລຽບ ມີຊ່ອງອາກາດ ຕາມທາງຍາວ, ເປືອກນອກຫນາປະມານ 1 ຊມ. ເວລາຍັງອ່ອນ ມີສີຂຽວ ແລ້ວກາຍເປັນສີແດງແກມສີ ອອກນ້ຳຕານ, ເປືອກໃນສີນ້ຳຕານແກມສີຄີມ ເມ່ືອຖືກອາກາດກາຍເປັນສີນ້ຳຕານຊ້ຳ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າ ກາຍມາເປັນສີເຫຼືອງ, ມີຂົນປົກຫຸ້ມ ຕໍ່ມາມີຂົນແບບຫ່າງໆ, ຕາຢູ່ປາຍຍອດປົກຫຸ້ມດ້ວຍຂົນສີນ້ຳຕານແກມສີອອກເຫຼືອງ.
ທາດແຫຼວທີ່ລະບາຍອອກ : ນ້ຳຢາງໄສ ສີອອກຂາວ.
ໃບ : ໃບປະສົມແບບຂົນນົກປາຍຄີກ, ຈັບສະຫຼັບ, ອອກເປັນຈຸ້ມຢູ່ປາຍກິ່ງ, ກ້ານກາງຂອງໃບຍາວປະມານ 50 - 70 ຊມ. ກ້ານໃບຍ່ອຍ ຍາວປະມານ 12 ຊມ. ບິ້ງໃບຈັບເກືອບພາບກັນ ຫາຈັບພາບ, ມີຈຳນວນ 7- 9 ຄູ່, ບິ້ງໃບຮູບສ້ວຍແກມຮູບຂອບຂະໜານ, ຂະຫນາດ 5-12 x 2-4 ຊມ. ຄູ່ລຸ່ມສຸດມີຂະຫນາດນ້ອຍສຸດ, ຂອບໃບລຽບ, ມີຂົນສີນ້ຳຕານທັງສອງດ້ານ, ປາຍໃບແຫລມ ຫາເປັນຕິ່ງແຫລມ, ກົກໃບບ້ຽວ, ສ້ວຍແຫລມ, ແຄມລຽບ, ມີຂົນສີນ້ຳຕານຢູ່ຕາມສອງດ້ານ. ກ່າງຟູຢູ່ດ້ານລຸ່ມ, ກ່າງຂັ້ນສອງຂະຫນານກັນ, ປະມານ 10-12 ່ຄູ່. ໃບຍ່ອຍບໍ່ມີ ກ້ານ ຫລືມີ ປະມານ 3 ມມ
ບໍ່ມີຫູໃບ.
ຊໍ່ດອກ / ດອກ : ຊໍ່ດອກສັ້ນກວ່າໃບ, ມັນຍາວຫຼຸດ 30 ຊມ. ; ຊໍ່ດອກຜູ້ ມີກ້ານ, ຊໍ່ດອກແມ່ເປັນຮວງດ່ຽວ ອອກຢູ່ຂ້າງ. ແມ່ນດອກເພດດຽວ, ຊໍ່ດອກມີຮູບກົມ, ສີຂຽວແກມສີອອກເຫລືອງ ຫລື ສີເຫລືອງ, ບໍ່ມີກ້ານ ແຕ່ມີໃບຊ້ອນດອກ 3 ຊິ້ນຢູ່ບໍລິເວນກົກດອກ.
ໝາກ : ໝາກແຫ້ງແບບແຄບຊູນ ຮູບກົມ ເສັ້ນຜ່ານສູນກາງປະມານ 3 ຊມ, ເປືອກຫນາ ມີ 3 ຫ້ອງ, ໝາກ ມີສີນ້ຳຕານແກມສີອອກຂຽວ, ຕໍ່ມາ ແຕກອອກເປັນປ່ຽງ
ແກ່ນ : ມີເມັດຈຳນວນ ບໍ່ຫຼາຍປ່ນໃດ, ຮູບກົມ ເສັ້ນຜ່ານສູນກາງປະມານ 1 ຊມ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າດົງດິບ ຫຼື ປ່າໂຄກຊຸດໂຊມ ຢູ່ລະດັບຄວາມສູງແຕ່ 400 - 600 ມ,

ເຂດແຜ່ກະຈາຍພັນ :

ພົບໃນປະເທດຈີນ, ຫວຽດນາມ, ມາເລເຊັຍ ແລະ ລາວ ( ແຂວງຄຳມ່ວນ ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນຳໃຊ້ໃນການປູກສ້າງ ແລະເຮັດຟືນ.

ຕົວຢ່າງທີ່ໄດ້ສຶກສາ :
BT 60, BT 183, BT 351 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.

Top of the page