Acronychia pedunculata (L.) Miq. - RUTACEAE

ຊ່ືພື້ນຖານ : Jambolifera pedunculata L.

ຊ່ືພ້ອງ : Acronychia arborea Blume
Acronychia laurifolia Blume.

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ ເປືອກກ້ຽງຫາເປືອກມີຮອຍແຕກ, ກິ່ງງ່າເປັນລ່ຽມ. ໃບດ່ຽວ ຈັບພາບກັນ, ມີຕ່ອມໃສໆຢາຍຢູ່ຕາມ ແຜ່ນໃບ. ດອກອອກຢູ່ຂ້າງກ່ິງ, ດອກສີຂຽວອອກເຫຼືອງ. ໝາກເປັນໝາກເນື້ອມີແກນ.
ປະເພດພືດ : ເປັນໄມ້ຢືນຕົ້ນຂຽວຕະຫລອດປີ, ສູງເຖິງ 12 ແມດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ບາງຄັ້ງກໍ່ເນີ້ງ, ເປືອກມີສີນ້ຳຕານ, ເປຶອກບາງ,ກ້ຽງ ຫາມີເປືອກມີຮອຍແຕກຕື້ນໆ.
ງ່າ ແລະ ກິ່ງນ້ອຍ : ມີກ່ິງງ່າ ເປັນສີ່ຫລ່ຽມເຫັນແດ່ ບໍ່ແດ່, ງ່າກ້ຽງບໍ່ມີຂົນ
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ
ໃບ : ໃບດ່ຽວ, ຈັບພາບ ຫຼື ບາງຄັ້ງຈັບສະຫຼັບກັນ,ໃບ ເປັນຮູບສ້ວຍ ຫຼື ຮູບໄຂ່ປີ້ນ, ບໍ່ມີຂົນ, ປາຍໃບແຫຼມ, ໂຄນໃບຮຽວແຫຼມຄືຫຼີ້ມ, ກ່າງໃບຂັ້ນສາມ ຈັດເປັນຕາໜ່າງ, ມີຈຸດຕ່ອມໄສໆແລະ ເປັນເສັ້ນໆ.
ບໍ່ມີຫູໃບ .
ຊໍ່ດອກ / ດອກ : ດອກມີສີຂຽວແກມສີອອກເຫຼືອງ, ຈັດລຽງເປັນຊໍ່ດອກ ອອກດ້ານຂ້າງ, ດອກມີສອງເພດ, ກ້ານດອກຍ່ອຍຍາວກວ່າ 0.5 ຊມ.
ໝາກ : ແມ່ນໝາກເນື້ອ ມີແກນ, ຂະໜາດ 0.9 - 2 ຊມ, ມີຕ່ອມເປັນຈຸດໆ, ໝາກ ໄຂບໍ່ໄດ້.
ແກ່ນ : ມີ 3 ຫາ 5 ແກ່ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປ ໃນປ່າຕຶບ ຂຽວຕະຫຼອດປີ

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດມ່ຽນມ້າ, ກຳພູຊາ, ຈີນ (ພາກໃຕ້), ອິນເດັຍ (ອັນດາມັນ, ພາກຕາະວັນຕົກສ່ຽງໃຕ້ ແລະ ຕະວັນອອກສ່ຽງເໜືອ), ອີນໂດເນເຊັຍ, ແຫຼມມາເລເຊັຍ, ເນປານ, ສີລັງກາ, ຫວຽດນາມ, ລາວ (ແຂວງບໍລິຄຳໄຊ, ຄຳມ່ວນ, ສາລະວັນ ແລະ ສະຫວັນນະເຂດ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເອົາເປືອກຂອງລຳຕົ້ນ ແລະ ຂອງຮາກ ແລະ ໃບຕົ້ມ ແລ້ວນ້ຳໃຊ້ເປັນຢາປິ່ນປົວຂີ້ຫິດ, ແກ້ອາການປວດ ແລະ ຄັນຕາມຜິວໜັງ, ປົວບາດແຜ ແລະ ໂຣກຕ່າງໆ ກ່ຽວກັບກະເພາະອາຫານ. ໃຊ້ໃບ ແລະ ໝາກຄັ້ນເອົານ້ຳທີ່ມີກິ່ນຄ້າຍກິ່ນໝາກນາວ .

ຕົວຢ່າງທີ່ໄດ້ສຶກສາ :
BT 517, BT 59, BT 624, BT 862 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page